ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ
ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກອງພັນໃຫຍ່ 497


ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ
ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ເປັນ​ປະທານ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ​

     ໃນວັນທີ 12 ມີນາ 2024 ນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຫົວໜ້າຫ້ອງວ່າການ ກະ
ຊວງປ້ອງກັນປະເທດ ໄດ້ລົງພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຢູ່ກອງພັນໃຫຍ່ 497 ເນື່ອງໂອກາດທີ່ກົມກອງພວມ
ສຸມໃສ່ກະກຽມການດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກ ກອງພັນໃຫຍ່ 497, ໂດຍມີ ສະຫາຍ ພັນເອກ ຄຳສຸກ ໄຊມວນສິນ
ເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 497 ພ້ອມຄະນະ, ມີຄະນະພັກຮາກຖານກົມກອງ ພະແນກການ ແລະ ພະນັກງານຫຼັກ
ແຫຼ່ງ-ສະມາຊິກພັກ ເຂົ້າຮ່ວມ.

      ໂອກາດນີ້, ສະຫາຍ ພັນເອກ ຄຳສຸກ ໄຊມວນສິນ ຕາງໜ້າຄະນະພັກກອງພັນໃຫຍ່ ໄດ້ລາຍງານຄວາມພ້ອມກ່ຽວກັບການກະກຽມດຳເນີນ
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະກອງພັນໃຫຍ່ 497. ພາຍຫຼັງໄດ້ຮັບຄໍາສັ່ງແນະນໍາຂອງຄະນະພັກກະຊວງປ້ອງ
ກັນປະເທດ ສະບັບເລກທີ 4677/ຄພກປທ, ລົງວັນທີ 08/09/2023 ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ແຕ່ລະຂັ້ນຂອງພັກ
ໃນທົ່ວກອງທັບ. ຄະນະບໍລິຫານງານພັກກອງພັນໃຫຍ່ ໄດ້ຄົ້ນຄວ້າເຊື່ອມຊຶມເປັນເອກະພາບ ແລະ ຈັດຕັ້ງຜັນຂະຫຍາຍອອກເປັນແຜນການ ຂອງ
ຄະນະບໍລິຫານງານພັກກອງພັນໃຫຍ່ ໂດຍສອດຄ່ອງກັບສະພາບຈຸດພິເສດ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງ, ອອກມະຕິ
ຕົກລົງແຕ່ງຕັ້ງຄະນະຊີ້ນຳ, ບັນດາອະນຸກຳມະການ, ມະຕິວ່າດ້ວຍການແບ່ງຜູ້ແທນສົມບູນ-ສຳຮອງ ແຜນດຳເນີນງານ, ວຽກງານປະກັນດ້ານງົບປະ
ມານ, ຫຼັງຈາກນັ້ນ ບັນດາອະນຸກຳມະການຕ່າງໆກໍ່ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ຕາມຂົງເຂດຮັບຜິດຊອບ. ຜ່ານການກະກຽມດ້ານຕ່າງໆ ສາມາດຢັ້ງຢືນ
ວ່າ: ມາຮອດເວລານີ້ໄດ້ມີຄວາມພ້ອມ ດັ່ງນັ້ນຈິ່ງຂໍອະນຸຍາດຈາກຂັ້ນເທິງກຳນົດເວລາເປີດກອງປະຊຸມໃຫຍ່ຢ່າງເປັນທາງການ ໃນລະຫວ່າງ ວັນທີ
19/03/2024.

      ໂອກາດດັ່ງກ່າວ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ໂອ້ລົມຕໍ່ຄະນະພັກ - ຄະນະບັນຊາ, ພະນັກງານຫຼັກແຫຼ່ງ, ກ່ອນອື່ນສະຫາຍ ໄດ້
ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຫຼາຍດ້ານທີ່ກົມກອງຍາດມາໄດ້, ພ້ອມນີ້ ສະຫາຍຍັງຍົກໃຫ້ເຫັນເຖິງສະພາບການຂອງໂລກ, ພາກພື້ນ
ແລະ ສາກົນ ທີ່ມີການຜັນແປ ແລະ ສະຫຼັບຊັບຊ້ອນ ແລະ ສະພາບພາຍໃນປະເທດ ທີ່ພວມປະສົບກັບບັນຫາສິ່ງທ້າທາຍທົດສອບຫຼາຍປະການ;
ເປັນຕົ້ນແມ່ນຄ່າຄອງຊີບແພງ, ໄພເງິນເຟີ້ ແລະ ບັນຫາອື່ນໆ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ພະນັກ
ງານ-ນັກຮົບ ໃນຖັນແຖວກຳລັງປະກອບອາວຸດຢ່າງບໍ່ໜ້ອຍ, ຕໍ່ບັນຫາດັ່ງກ່າວ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ
ໃນປັດຈຸບັນ ສະຫາຍ ໄດ້ໃຫ້ຄວາມເປັນຫ່ວງເປັນໄຍ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຕ້ອງເປັນເຈົ້າການສຶກສາ
ອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບເປັນປະຈໍາ ໂດຍຖືເອົາການຈັດຕັ້ງດໍາເນີນຊີວິດການເມືອງ ເປັນປົກະຕິ ຕໍ່ເນື່ອງ ເພື່ອໃຫ້ພະນັກງານ
-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ຮູ້ຈໍາແນກມິດ-ສັດຕູຈະແຈ້ງ ແລະ ສາມາດຕອບຕ້ານກົນອຸບາຍ,
ເລ່ຫຼ່ຽມຂອງຄົນບໍ່ຫວັງດີ ໄດ້ຢ່າງມີປະສິດທິຜົນ, ເອົາໃຈໃສ່ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ຕິດພັນກັບການລົງກໍ່ສ້າງຮາກຖານການເມືອງ
ພັດທະນາຊົນນະບົດຮອບດ້ານ ແລະ ກໍ່ສ້າງຮາກຖານການເມືອງແບບມູນເຊື້ອຢ່າງແຂງແຮງ. ສຸມໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ ຕິດ
ພັນປະກັບການປະຕິບັດ 7 ລະບອບ 18 ວຽກຢ່າງເຂັ້ມງວດ. ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງ, ເອົາໃຈໃສ່ຕໍ່
ການປັບປຸງລະບອບຄຸ້ມຄອງບັນຊາ, ຕິດຕາມຊຸກຍູ້, ກວດກາ, ປັບປຸງວຽກງານການກໍ່ສ້າງພັກ-ກໍ່ສ້າງພະນັກງານຕິດພັນກັບການກໍ່ສ້າງໜ່ວຍພັກປອດ
ໃສ່, ເຂັ້ມແຂງ ແລະ ໜັກແໜ້ນ, ຖືເອົາຄວາມສາມາດດ້ານວິຊາສະເພາະ ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາ ເປັນສິ່ງສຳຄັນມີແບບແຜນ
ໃນການອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນ, ສຸມໃສ່ສ້າງພະລາທິການກັບທີ່ ເພື່ອຮັບປະກັນໃນການ
ແກ້ໄຂຊີວິດການເປັນຢູ່, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI
ຂອງອົງຄະນະພັກ ກອງພັນໃຫຍ່ 497 ໃຫ້ບັນລຸດ້ວຍຜົນສຳເລັດອັນຈົບງາມ.

ແຫຼ່ງຂ່າວໂດຍ ເປີ້ນ ແສງຄຳມີ
ວັນທີ 15/03/2024